ວັນທີ 04.12.2023ເດີນທາງຈາກສະໜາມບິນສາງສຸຍຄຸນໝິງໄປທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ເຊິ່ງເປັນເວລາຕອນສວຍ ສະນັ້ນຈຶ່ງໄດ້ນຳພາແຂກຮັບປະທານອາຫານສວຍທີ່ຮ້ານເຝີແຊບ ເຊິ່ງເປັນຮ້ານທີ່ມີຊື່ສຽງໃນນະຄອນຫຼວງວຽງຈັນ
ພາຍຫຼັງຮັບປະທານອາຫານທ່ຽງແລ້ວໆ ພວກເຮົາໄດ້ເດີນທາງໄປຢ້ຽມຊົມປະຕູໄຊ ປະຕູໄຊ ຫຼື ອານຸສາວະລີ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ໄດ້ມີການກໍ່ສ້າງລະຫວ່າງປີ 1957 ຫາ 1968 ເປັນອີກຈຸດສຳຄັນຂອງນະຄອນຫຼວງວຽງຈັນ, ດ້ານເທິງຂອງປະຕູໄຊແມ່ນຈຸດຊົມວິວຂອງນະຄອນຫຼວງວຽງຈັນ.
ຫຼັງຈາກນັ້ນໄດ້ພາກັນຂີ່ລົດໄຟລາວຈີນ ເພື່ອໄປທ່ອງທ່ຽວຫຼວງພະບາງ ແລະ ສຳພາດທາງລົດໄຟ ລາວຈີນ, ເມືອງຫຼວງພະບາງ ເປັນເມືອງມໍລະດົກໂລກ ມີສະຖານທີ່ທ່ອງທ່ຽວທຳມະຊາດຫຼາຍແຫ່ງທີ່ສວຍສົດງົດງາມ, ພວກເຮົາມາເຖິງຫຼວງພະບາງຕອນແລງປະມານ 6:45 ແລະໄດ້ພາກັນຮັບປະທານອາຫານຄໍ່າທີ່ຮ້ານອາຫານແຄມຂອງແຫ່ງໜຶ່ງ ເຊິ່ງເປັນອາຫານທ້ອງຖິ່ນແຂວງຫຼວງພະບາງ, ຫຼັງຈາກນັ້ນພວກເຮົາໄດ້ເຂົ້າພັກທີ່ໂຮງແຮມ ອາມັນຕະ ເຊິ່ງໃກ້ກັບຕະຫຼາດກາງຄືນ, ຫຼັງຈາກນັ້ນ ພວກເຮົາໄດ້ໄປເລາະຊົມຕະຫຼາດກາງຄືນ ເຊິ່ງມີນັກທ່ອງທ່ຽວມາຈາກຫຼາຍປະເທດ ເຊັ່ນ: ປະເທດຈີນ,ເກົາຫຼີ,ໄທ ແລະ ອື່ນໆ, ເຊິ່ງກໍມີສິນຄ້າຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວໄດ້ເລືອກ ລ້ວນແຕ່ຜະລິດຈາກສີໄມ້ລາຍມືຄົນລາວ ແລະ ເປັນເອກະລັກສະເພາະຂອງລາວ.
ຮ້ານອາຫານແຄມຂອງ
ໂຮງແຮມ ອາມັນຕະ
ຕອນເຊົ້າຂອງວັນທີ 05.12.2022 ພວກເຮົາໄດ້ເດີນທາງໄປສຳພາດ ແລະ ເກັບຮູບພາບທີ່ບໍລິສັດ power china ເຊິ່ງເປັນບໍລິສັດຈີນ ທີ່ມາຕັ້ງສາຂາຢູ່ຫຼວງພະບາງ ໃຊ້ເວລາເດີນທາງໄປແລະ ກັບ ປະມານ 4-5 ຊົ່ວໂມງ ເພາະເປັນສະຖານທີ່ທີ່ຢູ່ເທິງພູ ແລະ ເສັ້ນທາງໄປກໍໄກຫຼາຍ.
ຫຼັງຈາກນັ້ນ ພວກເຮົາໄດ້ເດີນທາງກັບນະຄອນຫຼວງວຽງຈັນ ແລະ ໄດ້ເຂົ້າພັກທີ່ໂຮງແຮມໂປລີ, ຕອນເຊົ້າຂອງວັນທີ 06.12.2023 ແມ່ນໄດ້ໄປຢ້ຽມຢາມ ແລະ ສຳພາດສະຖານີວຽງຈັນ ແລະ ຕອນແລງໄດໄປຢ້ຽມຊົມວັດຊຽງຄວນ ເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມບໍ່ຂາດສາຍ,ເປັນອຸທະຍານອັນຢັ່ງຢາຍຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ.
ຕອນເຊົ້າຂອງວັນທີ 06.12.2023 ໄດ້ໄປຢ້ຽມຊົມ ເຂດເສດຖະກິດພິເສດ ໄຊເຊດຖາ ໂດຍແມ່ນບໍລິສັດ 云南建投 ເປັນຜູ້ພັດທະນາເຂດ ເສດຖະກິດພິເສດ ໄຊເຊດຖາ ເຂົ້າຢ້ຽມຊົມ ຜົນງານ ແລະ ແຜນພັດທະນາຂອງບໍລິສັດ, ຕອນບ່າຍ ພວກເຮົາໄດ້ໄປສຳພາດ ພະນັກງານຄົນລາວທີ່ເຮັດວຽກຢູ່ທາງລົດໄຟ ລາວຈີນ.
ຫຼັງຈາກສຳພາດສິ້ນສຸດລົງແລ້ວ ພວກເຮົາໄດ້ລ້ຽງສະຫຼອງກັນທີ່ຮ້ານອາຫານ ຂອງວິວ ຊົມບັນຍາກາດແຄມຂອງໃນຕອນແລງ ແລະ ດື່ມເບຍລາວເຢັນໆ, ໃນທີ່ສຸດພາລະກິດ ຂອງພວກເຮົາກໍສຳເລັດ ຜ່ານໄປດ້ວຍດີ ແລະ ຮູ້ສຶກດີໃຈຫຼາຍທີ່ໄດ້ຮ່ວມງານແລະ ເປັນສ່ວນໜຶ່ງ ໃນການນຳພາແຂກໄປທ່ອງທ່ຽວທີ່ປະເທດລາວ.