ພະທາດຫລວງຫລື ພະທາດຫລວງວຽງຈັນ ຕັ້ງຢູ່ສົ້ນສຸດທາງທິດຕາເວັນ ອອກຂອງຖະໜົນທາດຫຼວງ, ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທົ່ວທັງປະເທດ.
ພະທາດຫຼວງສູງ45 ແມັດ, ມີໃບສີມາອ້ອມ228 ໃບ, ມີບໍລິວານ (ທາດນ້ອຍ)30 ອົງອ້ອມຮອບ ເອີ້ນວ່າ: “ປາລະມີສາມສິບທັດ”, ຕີນພຣະທາດ ແຕ່ດ້ານຕາເວັນອອກ ຫາ ດ້ານຕາເວັນຕົກຍາວ69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ ຍາວ68 ແມັດ ແລະ ກົມມະລຽນ ດ້ານນອກ ອ້ອມພຣະທາດຫຼວງ ແຕ່ລະດ້ານຍາວ91.75 ແມັດ.ປະຕູໄຊ ຫຼື ອານຸສາວະລີ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ໄດ້ມີການກໍ່ສ້າງລະຫວ່າງປີ 1957 ຫາ 1968 ເພື່ອເປັນການລະນຶກເຖິງວິລະຊົນທີ່ຕໍ່ສູ້ເພື່ອປະກາດເອກະລາດຈາກຝຣັ່ງເສດ. ປະຕູໄຊຕົບແຕ່ງດ້ວຍສິລະປະ ຈາກລ້ານຊ້າງ, ບໍລິເວນອ້ອມຂ້າງມີການວາງສະແດງນ້ຳພຸ ແລະ ສວນສາທາລະນະ, ເປັນອີກຈຸດສຳຄັນຂອງນະຄອນຫຼວງວຽງຈັນ, ດ້ານເທິງຂອງປະຕູໄຊແມ່ນຈຸດຊົມວິວຂອງນະຄອນຫຼວງວຽງຈັນ.
ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ - ໄທ, ຕັ້ງຢູ່ເຂດບ້ານ ທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າ ໄປທ່ຽວຊົມບໍ່ຂາດສາຍ,ເປັນອຸທະຍານອັນຢັ່ງຢາຍຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫວັນ, ໂລກມະນຸດ ແລະ ນະລົກອະເວຈີ ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູ.
ນ້ຳຕົກຕາດກວາງຊີ ຖືວ່າເປັນນໍ້າຕົກຕາດທີ່ສວຍງາມທີ່ສຸດໃນຫຼວງພະບາງ, ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວໃນປະເທດລາວທີ່ບໍ່ຄວນພາດທີ່ຈະໄປຊົມຄວາມສວຍງາມຂອງທຳມະຊາດ, ນ້ຳຕົກຕາດດັ່ງກ່າວມີຄວາມສູງ 4 ຊັ້ນ ແລະ ສູງ 75 ແມັດ ນໍ້າຕົກຕາດເປັນສີຂຽວມໍລະກົດ ທ່າມກາງທຳມະຊາດ, ນ້ຳຕົກຕາດແຫ່ງນີ້ບໍ່ພຽງແຕ່ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເທົ່ານັ້ນ, ແຕ່ຍັງສາມາດດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາຢ້ຽມຊົມສະຖານທີ່ດັ່ງກ່າວ.
ວັດຊຽງທອງ ຊຶ່ງເປັນວັດທີ່ສຳຄັນ ແລະ ມີຄວາມງົດງາມທີ່ສຸດແຫ່ງນີ້ ຈົນໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລາວ ວັດຊຽງທອງຖືກສ້າງຂຶ້ນໃນລາຊະສະໄໝພຣະເຈົ້າໄຊເສດຖາທິລາດເປັນວັດທີ່ມີສະຖາປັດຕະຍະກຳລ້ານຊ້າງພາກເໜືອທີ່ສວຍງາມ.
ວັດຊຽງທອງເປັນວັດຫຼວງປະຈຳລາຊະວົງລ້ານຊ້າງ ລາຊະວົງຫຼວງພະບາງ ແລະ ລາຊະວົງລາວ ຕັ້ງຢູ່ໃນນະຄອນຫຼວງພະບາງ, ສ້າງຂຶ້ນປະມານປີ ຄ.ສ 1560 ໂດຍສົມເດັດພຣະເຈົ້າໄຊຍະເຊດຖາທິຣາດກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ ຕັ້ງຢູ່ໃກ້ແມ່ນ້ຳຂອງເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງພາກເໜືອທີ່ງົດງາມຫຼາຍ ຈົນໄດ້ຖືກຂະໜານນາມວ່າ "ອັນຍະມະນີຂອງສິລະປະລ້ານຊ້າງ"ວັດພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງຫຼວງພະບາງແລະ ມີພະທາດ ສູງ 20 ແມັດ ຕັ້ງຢູ່ເທິງຈອມ, ເປັນສະຖານທີ່ຊົມວິວທິທັດ ຂອງເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼ ພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ, ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້, ຄຸ້ມຄ່າແທ້ ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໃດສູງຊັນເຖິງ 328 ຂັ້ນ.
ຕະຫຼາດກາງຄືນ ຫຼວງພະບາງເປັນສິ່ງທີ່ນັກທ່ອງທ່ຽວຫລາຍຄົນ ບໍ່ພາດທີ່ຈະຊື້ກັບເມືອ ບໍ່ວ່າຈະຊື້ຕາມແຫລ່ງທ່ອງທ່ຽວ ຕາມຕະຫລາດນັດ, ຮ້ານຄ້າຕ່າງໆ, ສຳລັບຫຼວງພະບາງ ກໍມີແຫລ່ງຂາຍເຄື່ອງທີ່ລະນຶກໄວ້ໃຫ້ນັກທ່ອງທ່ຽວ ໄດ້ເລາະຊື້ເຊັ່ນ: ຕະຫລາດກາງຄືນ ຫລວງພະບາງ, ເຊິ່ງກໍມີສິນຄ້າຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວໄດ້ເລືອກ ລ້ວນແຕ່ຜະລິດຈາກສີໄມ້ລາຍມືຄົນລາວ ແລະ ເປັນເອກະລັກສະເພາະຂອງລາວ.
ຜາສາດຫີນວັດພູແມ່ນບູຮານສະຖານວັດຖຸ ຕັ້ງຢູ່ພາກໃຕ້ຂອງລາວ ທີ່ແຂວງຈຳປາສັກເຊິ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດກຳປູເຈຍຫ່າງ ຈາກອັງກໍວັດປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ. ວັດພູຈຳປາສັກໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກຈາກອົງການອຸຍແນສໂກ (UNESCO).
ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສໍາຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫ ເຮັດດ້ວຍຫີນຊາຍ ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດເມືອງໂພນສະຫວັນແລະ ຍັງມີບ່ອນອື່ນໆອີກ ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ.